• ສົ່ງອີເມວຫາພວກເຮົາ[email protected]
  • ໂທຫາພວກເຮົາ+(856) 20 22151617
  • ຄໍາຕິຊົມຈົ່ມ

ພິທີການເຊັນສັນຍາ ການຮ່ວມມືໂຄງການອອກບັດນັກສຶກສາ

ໃນຕອນບ່າຍຂອງວັນທີ 21 ພະຈິກ 2024 ໄດ້ຈັດພິທີການເຊັນສັນຍາ ການຮ່ວມມືໂຄງການອອກບັດນັກສຶກສາ ລະຫວ່າງ ທະນະຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຫຼວງພະບາງ ແລະ ໂຮງຮຽນເຕັກນີກ-ວິຊາຊີບແບບປະສົມນໍ້າບາກ ແຂວງຫຼວງພະບາງ ໃຫ້ກຽດເຂົ້າຮ່ວມເປັນປະທານ​ພິທີທີ່​ມີ​ຄວາມໝາຍສໍາຄັນ​ນີ້ມີທ່ານ ວິລະພົງ ສີບຸນເຮືອງ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມນໍ້າບາກ ແຂວງຫຼວງພະບາາງ ແລະ ທ່ານ ຄິດ ສັງສິນໄຊ ຫົວໜ້າທະນະຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຫຼວງພະບາງ. ຈຸດປະສົງເພື່ອຫັນການຊຳລະ ຄ່າລົງທະບຽນ, ຄ່າຮຽນ, ຄ່າທຳນຽມຕ່າງໆ ຂອງນັກສຶກສາ ຈາກການຊຳລະເປັນເງິນສົດ ຫັນມານຳໃຊ້ບັດເອເລັກໂຕຼນິກ ໂດຍອອກເປັນບັດນັກສຶກສາ ແລະ ບັດເອທີເອັມ ເພື່ອຫຼຸດຜ່ອນການນໍາໃຊ້ເງິນສົດລົງເທື່ອລະກ້າວ, ເພື່ອເປັນການຮ່ວມມື ແລະ ຊ່ວຍເຫຼືອໃນການພັດທະນາລະບົບການຊຳລະຄ່າລົງທະບຽນ, ຄ່າຮຽນ, ຄ່າທຳນຽມຕ່າງໆ ຂອງນັກສຶກສາ ຜ່ານລະບົບເອເລັກໂຕຼນິກ.