ແຜນຍຸດທະສາດການພັດທະນາ 2026-2030
ພາກສະເໜີ I ສະພາບລວມ
ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມນໍ້າບາກ ແຂວງຫຼວງພະບາງ ປະກອບມີ 3 ພະແນກ, 5 ພະແນກວິຊາ, 5 ສາຂາວິຊາຮຽນ ຈັດການຮຽນ-ການສອນໃນຮູບແບບ: ດັ້ງເດີມ, ແບບເນັ້ນສະມັດຕະພາບ, ແບບຄວບຄູ່. ໃນລະບົບ 9+3, 12+2, 12+2+1.5 ນອກຈາກນັ້ນຍັງໄດ້ຝຶກອົບຮົມສາມັນວິຊາຊີບໃນຮູບແບຊິ້ນປີຮຽນ ແລະ ແບບຄູ່ຂະໜານໃນລະດັບຊັ້ນຕົ້ນ ລະດັບ 1 ແລະ 3.
ປັດຈຸບັນ ມີພະນັກງານຄູທັງໝົດ 23 ຄົນ, ຍິງ 7 ຄົນ.
ພາກທີ II ວິໃສທັດ, ພາລະກິດ, ຄ່ານິຍົມ ແລະ ຂໍ້ແຂ່ງຂັນເປັນຕົວກຳນົດແນວທາງໃນການພັດທະນາ
ສ້າງໂຮງຮຽນໃຫ້ໂດດເດັ່ນ ເນັ້ນຈັນຍາບັນຄູ ນຳຄວາມຮູ້ສູ່ນັກສຶກສາ ພາຊາດຈະເລີນ
ພາລະກິດ ( Mission )
1. ສົ່ງເສີມການຮຽນການສອນ ແລະ ຝຶກອົບຮົບວິຊາຊີບ ໃຫ້ແກ່ນັກຮຽນ ລະດັບຊັ້ນກາງຫາລະດັບຊັ້ນສູງ;
2. ສ້າງໂຮງຮຽນໃຫ້ ເປັນແຫຼ່ງຮຽນຮູ້ ໃຫ່ແກ່ນັກຮຽນຮູ້ ປັນຍາຊົນ, ຜູ້ດ້ອຍໂອກາດ ແລະ ກຸ່ມຄົນເປົ້າໝາຍພາຍໃນເມືອງທີ່ກຳລັງພັດທະນາ ;
3. ຍົກລະດັບຄວາມຮູ້ໃຫ້ຄູອາຈານ ໃຫ້ມີການຮຽນຮູ້ສີ່ການຮຽນການສອນທີ່ທັນສະໄໜໃຫ້ທັນຕາມຍຸກໃໜ່
3. ພັດທະນາຄວາມຮູ້, ຄວາມສາມາດ ແລະ ຄຸນນະທຳຂອງຜູ້ຮຽນ ໃຫ້ໄດ້ມາດຖະຖານທຽບເທົ່າກັບຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ;
4. ຜະລິດຕະພັນແຮງງານດ້ານວິຊາຊີບທຸກລະດັບໃຫ້ມີຄຸນນະພາບ;
5. ຮ່ວມມືພາຍໃນ ແລະ ຕ່າງປະເທດ, ປະສານສົມກັບຜູ້ປະກອບການ ຊອກຫາຕະຫຼາດເພື່ອບໍລິການວິຊາຊີບ ແລະ ພັດທະນາວຽກງານອາຊີວະສຶກສາ.
ເປົ້າໝາຍລວມ.
1.ຈັດຕັ້ງປະຕິບັດຫຼັກສູດໃນທຸກລະດັບໃຫ້ມີຄວາມສອດຄ່ອງກັບຕະຫຼາດແຮງງານໃນປັດຈຸບັນ ແລະ ອະນາຄົດ.
2.ສ້າງນະວັດຕະກຳທີ່ຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ
3.ພັດທະນາຄູ ແລະ ຜູ້ຮຽນໃຫ້ມີຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະໃຫ້ເປັນນັກວິຊາການມືອາຊີບ
4.ຂະຫຍາຍເຄືອຂ່າຍການຮ່ວມມືທາງດ້ານວິຊາການທັງພາຍໃນ ແລະ ຕ່າງປະເທດ.
5.ປັບປຸງພື້ນຖານໂຄງລ່າງ, ວັດຖຸອຸປະກອນໃຫ້ມີຄວາມທັນສະໄໝ ແລະ ພຽງພໍ.
6.ຂະຫຍາຍການສຶກສາວິຊາຊີບໃຫ້ຜູ້ດ້ອຍໂອກາດເຂົ້າຮຽນຫຼັກສູດວິຊາຊີບລະດັບ 1, 2,3
7.ຂະຫຍາຍຮູບແບບການຈັດ ການຮຽນ- ການສອນແບບຄວບຄູ່ໃຫ້ໄດ້ທຸກສາຂາໃນພາກວິຊາອຸດສະຫາກຳ ແລະ ບໍລິການ.
ຈຸດປະສົງ.
1.ສ້າງກຳລັງແຮງງານໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີການຮຽນຮູ້ຕະຫຼອດຊີວິດ, ຮັກຄວາມກ້າວໜ້າ ແລະ ກາຍເປັນກຳລັງແຮງງານທີ່ມີຄຸນນະພາບ;
2.ຕອບສະໜອງກຳລັງແຮງງານກັບຄວາມຕ້ອງການຂອງຊຸມຊົນ ແລະ ວິຊາຊີບ ໃນທ້ອງຖິ່ນ ກໍ່ຄືຄວາມຮຽກຮ້ອງຕ້ອງການຂອງການຂະຫຍາຍຕົວທາງດ້ານເສດຖະກິດຂອງເມືອງ, ແຂວງ ມີຄວາມພ້ອມທີ່ຮັບໃຊ້ສັງຄົມໃຫ້ເປັນທີ່ຍອມຮັບ;
3.ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິຫານ ແລະ ຄຸ້ມຄອງອາຊີວະສຶກສາທຸກລະດັບເພື່ອຮັບປະກັນໃຫ້ ການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນທີ່ມີໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
ວຽກກິດຈະກຳ/ບຸລິມະສິດ
ຍຸດທະສາດ ທີ 1: ກໍ່ສ້າງ, ປັບປຸງ ແລະ ຂະຫຍາຍຄວາມອາດສາມາດ ຂອງສະຖານອາຊີວະສຶກສາ.
ຈຸດປະສົງ: ເພື່ອສ້າງຂີດຄວາມສາມາດໃຫ້ແກ່ໂຮງຮຽນ ແລະ ສ້າງແຮງຈຸງໃຈໃຫ້ຜູ້ຮຽນເກີດມີຄວາມສົນໃຈ
ວຽກຈຸດສຸມ: 1. ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ, 2. ປັບປຸງ ແລະ ພັດທະນາສິ່ງອຳນວຍຄວາມສະດວກ, 3. ປັບປຸງ ແລະ ພັດທະນາອຸປະກອນເຕັກນິກ